ເມືອງສະຫມ້ວຍແຂວງສາລະວັນແມ່ນເມືອງຫນື່ງທີ່ລວມຢູ່ໃນ23ເມືອງທີ່ທຸກຍາກໃນສປປລາວແລະມີພົນລະເມືອງທັງໜົດ15, 583 ຄົນ, ຍີງ 7, 869 ໃນນັ້ນ 95% ຂອງພົນລະເມືອງແມ່ນເປັນຄົນຊົນເຜົ່າ. ເມືອງສະຫມ້ວຍເປັນເມືອງທີ່ມີອັດຕາການເກີດລູກເອງຢູ່ບ້ານກວມເອົາເຖີງ (54.93/1000), ອັດຕາການຕາຍຂອງເດັກຢູ່ໃນທ້ອງກວມເອົາ (16.1/1000) ຖືວ່າສູງສົມຄວນເມື່ອທຽບໃສ່ອັດຕາສະເລ່ຍແຫ່ງຊາດ (ທຽບກັບ 89/1000) ເຊິ່ງການຂາດໂພຊະນາການໃນແມ່ ແລະ ເດັກມີສູງ. ເມືອງສະຫມ້ວຍຕົ້ນຕໍແມ່ນຊົນເຜົ່າທີ່ມີອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຕໍ່າໃນປະເທດລາວ(ມີພຽງແຕ່ 13%; LSIS, 2015) ແລະ ເດັກຫຼາຍຄົນບໍ່ໄດ້ກິນອາຫານພຽງພໍ ແລະ ຫຼາຍຊະນິດໃນແຕ່ລະຄາບອາຫານຄວາມຫ່າງໄກຊອກຫຼີກທີ່ກະທົບກັບ ແມ່ຍິງຊົນເຜົ່າ ກີດກັ້ນພວກເຂົາ ຈາກການເຂົ້າເຖິງການເບິ່ງແຍງກ່ອນເກີດ ແລະ ການເບິ່ງ ແຍງຫຼັງເກີດລູກທີ່ເໝາະສົມຈາກສຸກສາລາ (ມີຜູ້ຍິງພຽງແຕ່ 42% ທີ່ເຂົ້າຮັບບໍລິການ ເບິ່ງແຍງກ່ອນເກີດ ແລະ ຫຼັງເກີດລູກຫຼາຍກວ່າ 4 ຄັ້ງ, ຫລາຍກ່ວາ43% ບໍ່ໄດ້ໄປຈັກຄັ້ງຕາມຂໍ້ມູນເມືອງທີ່ມີຢູ່ໃນພະແນກສາທາລະນະສຸກແຂວງສາລະວັນ).
ຕໍ່ກັບບັນຫາດັ່ງກ່າວມາຂ້າງເທີງນັ້ນທາງສະມາຄົມເພື່ອສຸຂະພາບຈະຮ່ວມມືກັບຂະແຫນງສາທາລະນະສຸກແຂວງສາລະວັນ. ສາທາເມືອງສະຫມ້ວຍ ແລະ ສຸສາລາກິແນະໃນການຈັດຕັ້ງປະຕິບັດໂຄງການການຮ່ວມມືເພື່ອການປັບປຸງວຽກງານ ໂພຊະນາການຂອງຊຸມຊົນຊົນເຜົ່າກາໂດທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານໂດຍເນັ້ນໃຊ້ຍຸດທະສາດການມີສ່ວນຮ່ວມຂອງຊຸມຊົນ ໃນການນໍາໃຊ້ເຄື່ອງມື LANN ແລະ SBCCໃນການຈັດຕັ້ງປະຕິບັດກິດຈະກຳ ໂດຍການໃຫ້ຄວາມຮູ້ເພື່ອປ່ຽນແປງພຶດຕິກໍາທາງດ້ານໂພຊະນາການຂອງກຸ່ມເປົ້າໝາຍ, ນອກຈາກນັ້ນເຮົາຍັງໄດ້ມີການເຊື່ອມສານວຽກງານ ບົດບາດຍິງຊາຍ, ສົ່ງເສີມການຫາ-ການປູກອາຫານໄດ້ ແລະ ການຄຳ້ປະກັນສະບຽງອາຫານ, ນ້ຳສະອາດ, ສຸຂະອະນາໄມທີ່ດີ ແລະ ການສົ່ງເສີມໃຫ້ແມ່ຍິງຖຶພາ ແລະ ເດັກນ້ອຍ ໄດ້ເຂົ້້າເຖິງການບໍລິການດ້ານສຸຂະພາບໃນສຸກສາລາ ແລະ ໂຮງໝໍ.