ປະເທດລາວກຳລັງມີການພັດທະນາ ທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ປະຊາຊົນຕ່າງ ກໍພາກັນມີຄວາມກະຕືລື້ລົ້ນ ເພື່ອປັບຕົວໃຫ້ທັນ ແລະ ແທດເໝາະກັບສະພາບການທີ່ກຳລັງປ່ຽນແປງ, ໄປພ້ອມກັນນັ້ນຍັງມີຄົນພິເສດ ຫຼື ຄົນພິການ ທີ່ຍັງຕ້ອງສ້າງຄວາມເຂັມແຂງໃຫ້ແກ່ພວກເຂົາເອງ ກໍຄື ການດຳລົງຊີວິດ, ການມີວຽກເຮັດງານທຳ ແລະ ມີສ່ວນຮ່ວມຢູ່ໃນສັງຄົມ, ໂດຍສະເພາະແມ່ນຄົນພິການຫູ ທີ່ຍັງບໍ່ມີໂອກາດ ໃນທຸກສາຍອາຊີບ ຍ້ອນທຸກຄົນຄິດວ່າຄົນຫູໜວກ “ຍາກໃນການສື່ສານ” ເປັນບັນຫາໃນການຊອກວຽກເຮັດ ເພື່ອມາລ້ຽງຊີບໂຕເອງ, ແຕ່ຄົນພິການຫູ ບາງຈຳນວນກໍ່ມີຄວາມສາມາດ ເຊັ່ນດຽວກັນ ຄືກັບຄົນປົກກະຕິ, ພວກເຂົາມີພາສາມື ແລະ ສີໜ້າທ່າທີ່ ໃນເວລາສື່ສານ ກັບ ຄົນພິການຫູ ຫຼື ກັບຄົນປະກະຕິ. ພວກເຮົາ ບໍລິສັດເຂົ້າໜຽວ ການສະແດງ ເຫັນການສື່ສານໂດຍບໍ່ມີສຽງ ແລະ ຫູບໍ່ໄດ້ຍິນ, ດັ່ງນັ້ນຈຶ່ງໄດ້ເປີດໂອກາດໃຫ້ ແກ່ຄົນພິການຫູ ເຂົ້າມາມີສ່ວນຮ່ວມໃນການສະແດງ ເພື່ອເປັນອີກທາງເລືອກໃນສາຍອາຊີບນັກສະແດງ ທີ່ຈະສາມາດລາຍຮັບ ແລະ ບົ່ງບອກເຖິງຄວາມສາມາດຂອງຄົນພິການຫູ ອອກສູ່ສາຍຕາມວນຊົນ. .
ພວກເຮົາໄດ້ຄັດເລືອກເອົານັກສະແດງຫູໜວກຈາກສະມາຄົມຫູໜວກ ຈຳນວນ 13 ຄົນ ແລະ ຄົນປົກກະຕິ 3 ຄົນ,
ອອກເຄື່ອນໄຫວສະແດງ 7ຄັ້ງ ພາຍໃນນະຄອນຫຼວງ.
ພວກເຂົາຮຽນຮູ້ກ່ຽວກັບ ການສະແດງລະຄອນຫຸ່ນ ທີ່ບໍ່ໄດ້ໄຊ້ພາສາ ຫຼື ສຽງປາກເວົ້າ, ຄົນຫູໜວກມີຄວາມສາມາດກ້າສະແດງ ແລະ ເຮັດວຽກຮ່ວມກັບຄົນປົກກະຕິ, ແລະ ທິມນັກສະແດງຫູໜວກ ຍັງໄດ້ໄປສະແດງໃນງານ ຕ່າງໆເຊັ່ນ: ງານປີໃໝ່ຂອງຫ້ອງການ(GIZ), ງານ ສະເຫຼີມສະຫລອງວັນສາກົນຄົນຫູໜວກ, ພວກເຮົາຍັງໄດ້ຄັດເລືອກເອົານັກສະແດງຫູໜວກ ຈຳນວນ 5 ຄົນ ໄປແລກປ່ຽນ ແລະ ຮ່ວມທົດລອງສ້າງລາຍການ ຮ່ວມກັບນັກສະແດງຫູໜວກຍີ່ປຸ່ນ ທີ່ປະເທດຍີ່ປຸ່ນ, ນັກສະແດງຫູໜວກຄ່ອຍໄດ້ຮັບຄ່າຕອບແທນ ຫຼື ເປັນຄ່າແຮງງານ ຈາກການສະແດງ.
ພວກເຮົາເອົາໃຈໃສ່ ໃນການປະສານງານກັບທາງພາກສ່ວນທີ່ກ່ຽວຂ້ອງເຊັ່ນ ສະມາຄົມຄົນພິການຫູ, ບັນດາຜູ້ປົກຄອງ ຂອງຜູ້ເຂົ້າຮ່ວມ, ສະຖານທີ່ຕ່າງໆທີ່ອຳນວຍສະຖານທີ່ ທີ່ຈັດຕັ້ງປະຕິບັດກິດຈະກຳ ແລະ ສິ່ງສຳຄັນຜູ້ໃຫ້ທຶນກໍຄືອົງການວອຍ.