ແມ່ນເພື່ອແນ່ໃສ່ການຝຶກອົບຮົມກ່ຽວກັບບົດບາດຍິງ - ຊາຍ, ຊົນເຜົ່າ ແລະ ຄວາມພິການໃນການຄຸ້ມຄອງວົງຈອນໂຄງການແລະວິທີການລວມເອົາບັນຫາບົດບາດຍິງ - ຊາຍ, ຊົນເຜົ່າແລະຄວາມພິການເຂົ້າໃນການພັດທະນາອົງກອນ ແລະ ການວາງແຜນຍຸດທະສາດ. ຜົນຂອງການຝຶກອົບຮົມນີ້ແມ່ນຈະ ນຳໃຊ້ບົດຮຽນທີ່ໄດ້ຮຽນຈາກການຝຶກອົບຮົມກ່ຽວກັບບັນຫາບົດບາດຍິງ - ຊາຍ, ຊົນເຜົ່າແລະຄວາມພິການເຂົ້າໃນການພັດທະນາການຈັດຕັ້ງ ແລ ະການວາງແຜນການເຂົ້າໃນແຜນຍຸດທະສາດຂອງພວກເຂົ້າ
ຍຸດທະສາດການວາງແຜນຂອງລັດຖະບານລາວ, NCAW, NCDE, ສະພາແຫ່ງຊາດ, OPDs ແລະ CRLG ບັນຫາກ່ຽວກັບບົດບາດຍິງ - ຊາຍ, ຊົນເຜົ່າແລະຄວາມພິການ.
ບັນດາສະມາຊິກອົງການຈັດຕັ້ງ ຂອງ ຄົນພິການ ແລະ ບັນດາສະມາຊິກອົງການຈັດຕັ້ງທາງສັງຄົນຈະໄດ້ມີການພົບປະ, ຄົ້ນຄວ້າ, ສົນທະນາຮ່ວມກັນ, ແລກປ່ຽນບົດຮຽນ ໃນວຽກງານສິດທິເດັກ, ສິດທິຄົນພິການ, ບົດບາດຍີງ-ຊາຍ/ຄວາມພິການ ເພື່ອເອົາເຂົ້າແຜນຍຸທະສາດຮ່າງດຳລັດວ່າດ້ວຍຄົນຊົນເຜົ່າ ແລະ ການສ້າງຄວາມສາມາະຄີຮ່ວມກັນ;
ທາງພາກລັດກໍ່ໄດ້ເຫັນຄວາມສຳຄັນຕໍ່ຄົນພິການ ແມ່ຍິງທິດ້ອຍໂອກາດ ແລະ ເດັກນ້ອຍພິການ ຄົນຊົນເຜົ່າ ບົດບາດຍິງ-ຊາຍ ເພື່ອສົ່ງເສີມໃຫ້ມີສິດສະເໝີພາບມີສ່ວນຮ່ວມຢູ່ໃສ່ສັງຄົມມີການໂຄສະນາເຜີຍແຜ່ເຊື່ອມຊືມບົດບາດຍິງ-ຊາຍ ໃຫ້ມີຄວາມສະເໝີພາບກັນ ແລະ ໃນແຜນອານາຄົດຄົນພິການກໍ່ສາມາດເປັນຕົວແທນຕ່າງຫນ້າທີ່ມີຄົນເປັນພິການເຂົ້າໃນສະພາ.
ເວລາ ສັ້ນໃນການດໍາເນີນກອງປະຊຸມຈຶ່ງບໍສາມາດມາດສື່ໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຢ່າງເລິກເຊິງ
ບັນດາສະມາຊິກອົງການຈັດຕັ້ງຄົນພິການ ແລະ ບັນດາສະມາຊິກອົງການຈັດຕັ້ງທາງສັງຄົມຈະໄດ້ຍົກສູງຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວບັນດາກົດໝາຍຕ່າງໆທີ່ກ່ຽວຂ້ອງກັບຄົນພິການ, ເດັກນ້ອຍພິການ, ຊົນເຜົ່າ ແລະ ຄວາມພິການ