ເນື່ອງຈາກປະຈຸບັນນີ້ ຫລາຍໆຄົນກໍມີຄວາມຮັບຜິດຊອບທີ່ເຂົ້າມາ ແລະ ເຮັດໃຫ້ເກີດຄວາມຄຽດກັບວຽກງານ ສະນັ້ນ ເພື່ອໃຫ້ເຮົາມີຄວາມສາມັກຄີ,ຄວາມອົດທົນ,ຄວາມພະຍາຍາມ,ຄວາມຕັ້ງໃຈ,ເພາະວ່າເຮົາມີເປົ້າຫມາຍໃຫ້ຮອດຈຸດທີ່ເຮົາຕັ້ງໄວ້ ຈຶ່ງໄດ້ມີການຫລິ້ນເກມເພື່ອບຳບັດຈິດໃຈ
ທຸກຄົນໄດ້ເຮັດເປັນວົງມົນແລະແບ່ງຄົນອອກເປັນສອງຝ່າຍເພື່ອຕີໜາກບານໃຫ້ຮອດເລກທີ່ເຮົາຕັ້ງໄວ້ແລະທຸກຄົນກໍໄດ້ພະຍາຍາມຕັ້ງໃຈ,ແລະໄດ້ເຮັດຕາມໄອເດຍຂອງບາງຄົນເພື່ອວ່າມັນຊີສຳເລັດ
ຫຼາຍຄົນສາມາດຈັດການກັບຄວາມຄຽດ ແລະ ພາວະບໍ່ປົກະຕິຕ່າງໆຂອງຈິດໃຈໄດ້
ຜູ້ເຂົ້າຮ່ວມມີຄວາມຕັ້ງໃຈ ໄດ້ຕັ້ງໃຈເຮັດໃຫ້ມັນດີທີ່ສຸດ,ເຖີງຊິເມື່ອຍ,ຮ້ອນກໍຕາມ
ເກີດມີການຖ່ຽງກັນ,ບາງຄົນກະບໍ່ຟັງກັນ,ບາງຄົນຕີບານບໍ່ເປັນ,ບາງຄົນຍ້ານໜາກບານ,ເພາະສະນັ້ນມັນຈື່ງເຮັດໃຫ້ເຮົາບໍ່ສຳເລັດ
ຢາກໃຫ້ທຸກຄົນມີຄວາມຕັ້ງໃຈ,ອົດທົນ,ສາມັກຄີກັນໃຫ້ຫລາຍກວ່ານີ້