ຊາວກະສິກອນໃນຊົນນະບົດມີຂໍ້ຈຳກັດໃນການເຂົ້າເຖີງຂໍ້ມູນຂ່າວສານເນື່ອງຈາກວ່າພວກເຂົາເຈົ້າຕັ້ງຖິນຖານຢູ່ເຂດທີ່ຫ່າງໄກສອກຫລີກ ບໍ່ໄດ້ຮັບການສື່ສານຈາກທາງນອກເທົ່າທີ່ຄວນ ເຮັດໃຫ້ພວກເຂົາເຂົ້າເຖິງຂໍ້ມູນຂ່າວສານໄດ້ຍາກ ແລະ ບໍ່ສາມາດເຂົ້າເຖິງຂໍ້ມູນທີ່ພວກເຂົາຕ້ອງການໄດ້ຢ່າງກວ້າງຂວາງ ແລະ ທັນການ. ດັ່ງນັ້ນ, ຄລີກຈື່ງມີແນວຄວາມຄິດການສ້າງສູນຮຽນຮູ້ຂັ້ນຊຸມຊົນຂື້ນ ເຊິ່ງມີຈຸດປະສົງເພື່ອເຮັດຫນ້າທີ່ໃນການສັງລວມຄວາມຕ້ອງການຂໍ້ມູນຂ່າວສານ, ຊອກຫາ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ແລະ ເປັນສູນກາງໃນການຮຽນຮູ້ໃນຂອງຊາວກະສິກອນໃນຊຸມຊົນຂອງເຂົາເຈົ້າເອງ. ເຊິ່ງ ຄລິກ ໄດ້ຮ່ວມກັບບັນດາອົງການທີ່ເຮັດວຽກພັດທະນາໃນຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນ ໂຄງການສົ່ງເສີມກະສິກຳ (LEAP), ໂຄງການພັດທະນາຮອບດ້ານເມືອງຫນອງແຮດ (UDIN) ແລະ ໂຄງການສ້າງລາຍຮັບຊົນນະບົດຜ່ານພະລັງງານແບບຍືນຍົງ(RISE) ສ້າງສູນຮຽນຮູ້ຊົມຊົນໃນ 2 ບ້ານເປົ້າໝາຍໃນເມືອງມະຫາໄຊ, 2 ບ້ານເປົ້າໝາຍໃນເມືອງໜອງບົກ ແຂວງຄຳມ່ວນ, 2 ບ້ານເປົ້າໝາຍ ເມືອງປາກຊັນ ແຂວງບໍລິຄຳໄຊ, 4 ບ້ານເປົ້າໝາຍໃນເມືອງພູກູດ ແລະ 4 ບ້ານເປົ້າໝາຍໃນເມືອງໜອງແຮດ ແຂວງຊຽງຂວາງ ໃນເດືອນ ກັນຍາ 2012-ສິງຫາ 2013 ລວມທັງຫມົດໄດ້ 14 ບ້ານ ໃນ 5 ເມືອງ ໃນ 3 ແຂວງ.
ວິທີການສ້າງສູນຮຽນຮູ້ຂັ້ນຊຸມຊົນ: 1. ຈັດຕັ້ງກຸ່ມອາສາສະຫມັກສູນຮຽນຮູ້ຂອງຊຸມຊົນ 2. ຝຶກອົບຮົມການກຳນົດບັນຫາ ແລະ ຊອກຫາຄວາມຕ້ອງການດ້ານຂໍ້ມູນຂ່າວສານ 3. ການບັນທຶກບົດຮຽນຂອງຊູມຊົນ 4. ການນຳເອົາຂໍ້ມູນຂ່າວສານມາເຜີຍແຜ່ ແລະ ກິດຈະກຳການຮຽນຮູ້ຂອງຊຸມຊົນ 5. ການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມອາສາສະຫມັກ
ພາຍຫຼັງທີ່ໄດ້ເຂົ້າຮ່ວມກິດຈະກຳການແລກປ່ຽນບົດຮຽນທີ່ສູນຮຽນຮູ້ຊຸມຊົນ ເຮັດໃຫ້ກຸ່ມອາສາສະຫມັກຮູ້ຈັກຊ່ວຍຊຸມຊົນຂອງເຂົາເຈົ້າກຳນົດຄວາມຕ້ອງການດ້ານຂໍ້ມູນຂ່າວສານ, ສາມາດຊອກຮູ້ຄວາມຮູ້ປະສົບການອັນດີໃນທ້ອງຖີ່ນ ນໍາມາເຜີຍແຜ່ເຮັດໃຫ້ເກີດການຮຽນຮູ້ໃນຊຸມຊົນ. ປະຊາຊົນໃນບ້ານເປົ້າໝາຍຈຳນວນຫນື່ງກໍ່ໄດ້ຮັບຜົນປະໂຫຍດຈາກການອ່ານປື້ມເຕັກນິກດີເດັ່ນ ແລ້ວເອົາໄປນຳໃຊ້ປັບປຸງການປູກ-ການລ້ຽງຂອງພວກເຂົາເຮັດໃຫ້ໄດ້ຮັບໝາກຜົນດີຂຶ້ນ ແລະ ມີລາຍຮັບເພີ່ມ. ຕົວຢ່າງ: ທ່ານ ສົມສະນຸກ ສີຫາລາດ, ຊາວບ້ານບ້ານນາຫົວພູ, ເມືອງປາກຊັນ ເປັນຜູ້ໝື່ງທີ່ໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມກິດຈະກຳຂອງສູນຮຽນຮູ້ຊຸມຊົນ ພາຍຫລັງໄດ້ອ່ານປື້ມເຕັກນິກການລ້ຽງໄກ່ ໃນສູນຮຽນຮູ້ ລາວໄດ້ກ່າວວ່າ: “ພາຍຫຼັງໄດ້ຮັບຂໍ້ມູນຂ່າວສານ, ໄດ້ເຂົ້້າຮ່ວມຝຶກອົບຮົມ ແລະ ການແນະນຳຈາກອາສາະຫມັກກໍໄດ້ມີການປັບປຸງເຕັກນິກການລ້ຽງໄກ່ໃສ່ຄອກ ຂ້ອຍເຮັດຕາມເຕັກນິກໃນປື້້ມຄູ່ມື ເຊິ່ງໃນເມື່ອກ່ອນຂ້ອຍລ້ຽງໄກ່ແບບປ່ອຍຕາມທຳມະຊາດ ເຮັດໃຫ້ໄກ່ມີນ້ຳຫນັກບໍ່ຫຼາຍ ຂ້ອຍລ້ຽງໄກ່ພຽງແຕ່ 10ປາຍໂຕ ເພື່ອໄວ້ກິນເທົ່ານັ້ນ. ພາຍຫຼັງອ່ານປື້ມເຕັກນິກການລ້ຽງໄກ່ ຂ້ອຍສາມາດລ້ຽງໄກ່ຂ່າຍເປັນສິນຄ້າ ເຊິ່ງມີລາຍຮັບປະມານ 3-4 ລ້ານກີບ ຕໍ່ປີ ”
ກູ່ມອາສາສະຫມັກມີນໍ້ໃຈເສຍສະຫລະໃນການເຮັດຫນ້າທີ່ໃນການບໍລິການຂໍ້ມູນຂ່າວສານ ແລະ ເອື້ອອຳນວຍການຮຽນຮູ້ຂອງຊຸມຊົນ. ການສະຫນອງຂໍ້ມູນຂ່າວສານຕອບສະຫນອງໄດ້ຕາມຄວາມຕ້ອງການທີ່ຊູມຊົນຕ້ອງການຮຽນຮູ້. ສະນັ້ນບາດກ້າວການປະເມີນຄວາມຕ້ອງການດ້ານຂໍ້ມູນຂ່າວສານແມ່ນມີຄວາມສຳຄັນສູງ. ອາສາສະຫມັກແມ່ນຄົນທ້ອງຖີ່ນໃນຂັ້ນບ້ານເຊີ່ງເຂົ້າໃຈໄດ້ສະພາບຂອງຊຸມຊົນຕົນເອງ ແລະ ສາມາດສື່ສານກັບປະຊາຊົນໄດ້ຢ່າງມີປະສິທິພາບ.
ວຽກສະຫນອງຂໍ້ມູນຂ່າວສານແມ່ນໃຊ້ເວລາຫລາຍ ເຊິ່ງເຮັດໃຫ້ອາສາະຫມັກບໍ່ສາມາດປະຕິບັດໄດ້ຢ່າງເຕັມເມັດເຕັມຫນ່ວຍ ເນື່ອງຈາກເຂົາເຈົ້າມີພາລະຫນ້າທີ່ອື່ນໆທີ່ຕ້ອງຮັບຜິດຊອບ. ອາສາສະຫມັກໄວຫນູ່ມໃນຊົນນະບົດຈຳນວນຫລວງຫລາຍບໍ່ມີຄວາມຫມັ້ນໃຈໃນຕົນເອງ, ຍັງຂາດຄວາມກາ້ການໃນການປະກອບຄໍາຄິດເຫັນ ແລະ ມີຄວາມເປັນຜູ້ນໍາໃນການຈັດຕັ້້ງປະຕິບັດຫນ້າທີ່ທີ່ໄດ້ຮັບມອບຫມາຍ. ໄວຫນູ່ມຈໍານວນຫນື່ງບໍ່ສາມາດອ່ານອອກຂຽນເປັນ ໂດຍສະເພາະແມ່ຍີງຊົນເຜົ່າເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານມີຄວາມຫຍຸ້ງຍາກ ປະຊາຊົນບໍ່ໃຫ້ການຮ່ວມມືແກ່ອາສາສະຫມັກໄວຫນູ່ມເນື່ອງຈາກວ່າເຂົາເຈົ້າຍັງເປັນເດັກນ້ອຍ ເຮັດໃຫ້ບໍ່ສາມາດເຕົ້າໂຮມປະຊາຊົນ ແລະ ເອື້ອອໍານວຍການຮຽນຮູ້ໃນກູ່ມຜູ້ອາວຸໂສໄດ້ດີ.
ສຳລັບບັນດາທ່ານທີ່ສົນໃຈຢາກນໍາເອົາບົດຮຽນນີ້ໄດ້ຈັດຕັ້ງປະຕິບັດໃນຂົງເຂດວຽກຂອງຕົນເອງນັ້ນ, ຄລິກຂໍແນະນຳດັ່ງນີ້: ສ້າງກົນໄກການສະຫນອງລາຍໄດ້ໃຫ້ແກ່ອາສາສະຫມັກຕໍ່ກັບວຽກສະຫນອງບໍລິການຂໍ້ມູນຂ່າວສານ. ຫມາຍຄວາມວ່າມີການໃຫ້ຄ່າບໍລິການຕໍ່ກັບອາສາສະຫມັກເປັນປົກກະຕິ. ເພື່ອຈະເຮັດໄດ້ແນວນັ້ນ ສູນຮຽນຮູ້ຊຸມຊົນຕ້ອງການກິດຈະກຳການສ້າງລາຍໄດ້ຈາກການບໍລິການຂອງຕົນເອງ ເຊັ່ນ: ສ້າງລາຍໄດ້ຈາກການໂຄສະນາສີນຄ້າ, ຈາກການສະຫນອງຂໍ້ມູນຂ່າວສານ ແລະ ຈາກການສະຫນອງການຝຶກອົບຮົມຕ່າງໆ. ຖ້າການບໍລິການດັ່ງກ່າວມີຄຸນນະພາບ ສາມາດແກ້ໄຂບັນຫາຂອງຊຸມຊົນ ແລະ ເປັນປະໂຫຍດດ້ານການພັດທະນາ ເຊື່ອແນ່ວ່າ ຈະສາມາດສ້າງລາຍຮັບໃຫ້ແກ່ສູນ ໃຫ້ແກ່ອາສາສະຫມັກໄດ້. ເຊື່ອມສູນຮຽນຮູ້ຊູມຊົນເຂົ້າໃນໂຮງຮຽນ ເຊີ່ງຈະສາມາດເຮັດໃຫ້ສາມາດເຂົ້າເຖີງກູ່ມໄວຫນູ່ມຈຳນວນຫລາຍທີ່ມີເວລາ ມີທ່າແຮງໃນການເຄື່ອນໄຫວວຽກໄດ້ດີກວ່າເກົ່າ ໂດຍມີການສະຫນັບສະຫນູນຈາກຄູໃຫ້ເປັນກິດຈະກຳຫນື່ງໃນການສຶກສາຮໍ່າຮຽນຂອງໄວຫນູ່ມ ແລະ ຊ່ວຍເຂົ້າໃນວຽກການບໍລິການສັງຄົມດ້ວຍ ການສະຫນອງຂໍ້ມູນຂ່າວສານຢ່າງດຽວບໍ່ສາມາດເຮັດໃຫ້ເກີດຄວາມຮູ້ ແລະ ທັກສາໄດ້ຢ່າງພຽງພໍ. ສະນັ້ນຕ້ອມີການສືບຕໍ່ກິດຈະກຳການຮຽນຮູ້ພາຍຫລັງໄດ້ຮັບຂໍ້ມູນຂ່າວສານເຊັ່ນ: ການຝຶກອົບຮົມ, ການສາທິດປະຕິບັດຕົວຈີງ, ການທັດສະນະສຶກສາ ແລກປ່ຽນກັບພາກສ່ວນອື່ນໆເປັນຕົ້ນ.